L o a d i n g
ທີ່ຢູ່
02 ເມືອງວາທ່າ,
ຖະໜົນ ສຸພານຸວົງ,
ເມືອງ ສີໂຄດຕະບອງ,
ນະຄອນຫຼວງວຽງຈັນ, ສປປ ລາວ
ຊ່ອງທາງການຕິດຕໍ່

ປະຫວັດຄວາມເປັນມາ

ໜ້າຫຼັກ | ປະຫວັດຄວາມເປັນມາ

01 . ປະຫວັດຄວາມເປັນມາ

ກຸ່ມບໍລິສັດ ເອັສທີ ໄດ້ຖືກສ້າງຕັ້ງຂຶ້ນແຕ່ປີ 1994 ເຊິ່ງມີທຶນຈົດທະບຽນເບື້ອງຕົ້ນ 300 ລ້ານກີບ ທຽບເທົ່າໂດລາ 419,580.42 ໂດລາ (ອັດຕາແລກປ່ຽນ 715 ກີບ/ໂດລາ; 12/1994, ແຫຼ່ງທີ່ມາ: ທະນາຄານ ການຄ້າຕ່າງປະເທດ) ແລະ ມີຊັບສິນເບື້ອງຕົ້ນທັງໝົດເປັນຈໍານວນເງິນ 500 ລ້ານກີບ ທຽບເທົ່າໂດລາ 699,300.70 ໂດລາ (ອັດຕາແລກປ່ຽນ 715 ກີບ/ໂດລາ; 12/1994, ແຫຼ່ງທີ່ມາ: ທະນາຄານ ການຄ້າຕ່າງປະເທດ) ໂດຍມີການດໍາເນີນທຸລະກິດປະກອບມີ ທຸລະກິດປະເພດຕ່າງໆໃນເບື້ອງຕົ້ນໄດ້ແກ່: ທຸລະກິດນໍາເຂົ້າ-ສົ່ງອອກ, ຮ້ານຄ້າປອດພາສີ, ຢາສູບ, ໄມ້ແປຮູບ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ເຊິ່ງເປັນການລົງທຶນ ແລະ ບໍລິຫານໂດຍກົງຂອງກຸ່ມບໍລິສັດ ເອັສທີ ຈໍາກັດ.
ກຸ່ມບໍລິສັດ ເອັສທີດັ່ງກ່າວນີ້ ໄດ້ມີການຈະເລີນເຕີບໂຕ ແລະ ພັດທະນາປະຕິຮູບຕົວເອງຢ່າງຕໍ່ເນື່ອງຕະຫຼອດ 29 ປີຜ່ານມາ. ມາຮອດປີ 2023 ນີ້ກຸ່ມບໍລິສັດ ເອັສທີ ຈໍາກັດ ໄດ້ມີການປ່ຽນແປງ ແລະ ປັບປຸງຕົວເອງໃຫ້ສອດຄ່ອງກັບສະພາບເສດຖະກິດຕົວຈິງ ໂດຍມີການຍຸບເລິກບາງຫົວໜ່ວຍທີ່ບໍ່ສອດຄ່ອງ, ມີການປັບປຸງ ແລະ ສົ່ງເສີມບາງຫົວໜ່ວຍທຸລະກິດເພື່ອສຶບຕໍ່ ແລະ ມີການເພີ່ມເຕີມບາງຫົວໜ່ວຍທຸລະກິດຂຶ້ນມາໃໝ່ດ້ວຍການຫັນໃຫ້ເປັນປັດຈຸບັນຢູ່ຕະຫລອດເວລາ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດຂອງຍຸກສະໄໝ. ການເຄື່ອນໄຫວທຸລະກິດຂອງກຸ່ມບໍລິສັດ ເອັສທີ ໃນສຸມປີ 2000 – 2023

02 . ຂໍ້ມູນສັງເຂບດັ່ງນີ້:

1. ບັນດາຫົວໜ່ວຍທຸລະກິດທີ່ຍັງສຶບຕໍ່ໂດຍມີການປັບປຸງ ແລະ ສົ່ງເສີມ ປະກອບມີ: ພະລັງງານໄຟຟ້າ, ຢາສູບ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ກໍ່ສ້າງ, ໂຮງແຮມ ແລະ ບ້ານພັກ.
2. ບັນດາຫົວໜ່ວຍທຸລະກິດທີ່ມີການສ້າງຕັ້ງຂຶ້ນໃໝ່ ປະກອບມີ: ບໍລິສັດຮຸ້ນສ່ວນປະກັນໄພລະຫວ່າງກຸ່ມ ເອັສທີ (55%) ກັບ ບໍລິສັດ ເມືອງໄທປະກັນຊີວິດ ແລະ ບໍລິສັດ ເມືອງໄທປະກັນໄພ (45%), ທະນາຄານທຸລະກິດຮຸ້ນສ່ວນແບບຄອບຄົວ, ບໍລິສັດຮຸ້ນສ່ວນ ໂລຈິສຕິກລະຫວ່າງກຸ່ມບໍລິສັດ ເອັສທີ (50%) ກັບ ເອໄອເອຟ (AIF)(50%).