Icewall Tailwind HTML Admin Template
Icewall Tailwind HTML Admin Template
Icewall Tailwind HTML Admin Template
Icewall Tailwind HTML Admin Template

ບົດສັງລວມຂອງ ເອັສ.ທີ. ກຣຸບ

ບໍລິສັດ ເອັສ.ທີ. ກຣຸບ ຈຳກັດ, ສ້າງຕັ້ງຂຶ້ນໃນປີ 1994 ດຳເນີນທຸລະກິດຫຼັກ: ນຳເຂົ້າ-ສົ່ງອອກ, ຮ້ານຄ້າປອດພາສີ, ໂຄງການໄຟຟ້າ ພະລັງນ້ຳຕົກ, ໂຄງການຂຸດຄົ້ນບໍ່ແຮ່, ອຸດສະຫະກຳຢາສູບ, ໂຮງເລື່ອຍ, ໂຮງງານຜະລິດນ້ຳດຶ່ມ ແລະນ້ຳໝາກໄມ້, ຜະລິດຕະພັນເຄື່ອງສຳອາງ, ຮັບເໝົາກໍ່ສ້າງ, ໂຮງແຮມ ແລະຣີສອດ ແລະອື່ນໆ...

ໂດຍມີ

ທ່ານ. ສີທັດ ໄຊສຸລິວົງ
ປະທານ
ທ່ານ. ໄຊຊະນະ ໄຊສຸລິວົງ
ຜູ້ອຳນວຍການ
ທ່ານ. ໄຊຍາ ໄຊສຸລິວົງ
ຮອງປະທານ

ປະຫວັດຫຍໍ້ຂອງ ບໍລິສັດ ເອັສ.ທີ. ກຣຸບ ຈຳກັດ

ທາງບໍລິສັດຂອງພວກເຮົາຈະໄດ້ສ້າງສຳນັກງານໃຫຍ່ຫຼັງໃໝ່, ຂຶ້ນທີ່ຖະໜົນສຸພານຸວົງ, ບ້ານ ເມືອງວາທ່າ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ.

ແຕ່ເດືອນ ຕຸລາ, ປີ 2004, ບໍລິສັດ ອັງກໍນ໊ອທ ຣີຊອສຊິສ ໂອເວີຊີ ອິນເວັສເມັນ ຈຳກັດ, (ອົດສະຕາລີ) ແລະ ບໍລິສັດ ໄຊຍາ ກໍ່ສ້າງ ຈຳກັດ, ໄດ້ສ້າງຕັ້ງ....

ເອັສທີ. ກຣຸບ ເປັນເຈົ້າຂອງບໍລິສັດ ຄັງເຊັນ-ເຄນໂກ ເຄືອຂ່າຍ ຈຳກັດ, ເຊີ່ງເປັນບໍລິສັດຮ່ວມການລົງທືນລະຫວ່າງ ລາວ ແລະ ນັກລົງທືນເອກະຊົນຍີ່ປຸ່ນ ສ້າງຕັ້ງໃນເດືອນພະຈິກ, ປີ 2005.

ທະນາຄານ ເອັສທີ ຈຳກັດ (ທອທ)

ບໍລິສັດເອັສທີກຣຸບ ຈຳກັດ ແມ່ນກຸ່ມບໍລິສັດໃຫຍ່ບໍລິສັດໜຶ່ງທີ່ດໍາເນີນທຸລະກິດໃນຫຼາຍຮູບແບບຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1994. ພາຍໃຕ້ການເປັນປະທານ ແລະບໍລິຫານງານໂດຍ ທ່ານ ສີທັດ ໄຊສຸລິວົງ. ກຸ່ມບໍລິສັດ ເອັສທີກຣຸບ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນຄົງ ໃນຫຼາຍຮູບແບບທຸລະກິດດ້ວຍກັນເຊັ່ນ: ທຸລະກິດການນຳເຂົ້າ-ສົ່ງອອກ, ຮ້ານຄ້າປອດພາສີ, ພະລັງງານ ໄຟຟ້ານ້ຳຕົກ, ບໍ່ແຮ່, ອຸດສາຫະກຳຢາສູບ, ໄມ້, ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ, ກໍ່ສ້າງ, ໂຮງແຮມ ແລະ ອື່ນໆ. ພ້ອມດຽວກັນ ບໍລິສັດຍັງໄດ້ເຮັດທຸລະກິດ ອະສັງຫາລິມະຊັບ ແລະ ພ້ອມໃຫ້ຄໍາປຶກສາທາງແນວຄິດ ໃນການດຳເນີນທຸລະກິດໃຫ້ແກ່ນັກລົງທຶນ. ຄຽງຄູ່ກັບການພັດທະນາ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ ທາງບໍລິສັດເອັສທີກຣຸບ ຍັງໄດ້ເລັງເຫັນ ຄວາມ ສຳຄັນທາງດ້ານ ການທະນາຄານ, ດັ່ງນັ້ນ ທະນາຄານເອັສທີ ຈຶ່ງໄດ້ຖືກສ້າງຂຶ້ນໃນວັນທີ 3/07/2009. ທະນາຄານ ເອັສທີ ໄດ້ມີແຜນການທີ່ຈະຂະຫຍາຍສາຂາຂອງທະນາຄານ ໃຫ້ໄດ້ທົ່ວທຸກແຂວງໃນ ສ.ປ.ປ ລາວ ເພື່ອໃຫ້ການບໍລິການທາງດ້ານ ການເງິນເຂົ້າເຖິງຊຸມຊົນຢ່າງທົ່ວເຖິງ ແລະມີປະສິດທິພາບ.

ເອັສ.ທີ. ກຣຸບ: ຮ້ານຄ້າປອດພາສີ
ບໍລິສັດ ເອັສ.ທີ. ກຣຸບ ຈຳກັດ, ເປັນເຈົ້າຂອງຮ້ານຂາຍສິນຄ້າ ປອດພາສີ 3 ແຫ່ງ, ເຊິ່ງຕັ້ງຢູ່ໃນເມືອງທີ່ສຳຄັນຂອງ ສປປ ລາວ ແລະເມືອງຊາຍແດນທີ່ຕິດກັບປະເທດເພື່ອນບ້ານ ຮ້ານສິນຄ້າປອດພາສີ ມີຜະລິດຕະພັນທັງພາຍໃນແລະຕ່າງປະເທດ ເຊັ່ນ: ເຄື່ອງດື່ມ, ວິສກິ້, ວາຍ, ຢາສູບ, ນ້ຳຫອມ, ເຄື່ອງສຳອາງ, ໂມງ, ປາກກາ, ລູກອົມ ແລະ ອື່ນໆອິກ.
Invite friends to get FREE bonuses!
Get a IDR 100,000 voucher by inviting your friends to fund #BecomeMember

ຄູ່ຮ່ວມການລົງທືນ

ອະສັງຫາລິມະຊັບ
ບໍລິການ ຮັບຝາກ, ເຊົ່າ-ຊື້-ຂາຍ ດິນ, ເຮືອນ, ອາພາດເມັນ, ໂຮງແຮມ ແລະ ຕຶກອາຄານຕ່າງໆ.
ສົນໃຈໂທ 020 9323999 / 020 59065999
ທະນາຄານເອັສທີ
ST Bank
02 ເມືອງວາທ່າ, ຖະໜົນ ສຸພານຸວົງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທລະສັບ:(856-21) 241 560-62, ແຟັກ:(856-21) 241 564
ຄັງເຊັນ-ເຄນໂກ
Kangzen
ບໍລິສັດຄັງເຊັນ-ເຄັນໂກເນັດເວີຣກ ຈໍາກັດ ສໍານັກງານໃຫຍ່ນະຄອນຫລວງວຽງຈັນ ຕັ້ງຢູ່ສູນການຄ້າທາດຫລວງສະແຄ໊ວ ຂື້ນກັບ ບ້ານທາດຫລວງໃຕ້, ເມືອງ ໃຊເສດຖາ, ນະຄອນຫລວງວຽງຈັນ
Dark Mode